ເພື່ອສະແດງແຖບ ການຈັດຮູບແບບຂໍ້ຄວາມ, ໃຫ້ວາງເຄີເຊີໄວ້ພາຍໃນວັດຖຸຂໍ້ຄວາມ.
ຊ່ວຍໃຫ້ທ່ານສາມາດເລືອກຊື່ຟອນຈາກລາຍຊື່ ຫຼື ປ້ອນຊື່ຟອນໂດຍກົງໄດ້.
ທ່ານສາມາດປ້ອນຫຼາຍຟອນໄດ້ໂດຍການຂັ້ນດ້ວຍເຄື່ອງໝາຍຈ້ຳຈຸດ (;). LibreOfficeDev ຈະໃຊ້ແຕ່ລະຟອນຕາມລຳດັບ ຫາກຟອນກ່ອນໜ້ານັ້ນບໍ່ມີຢູ່ໃນລະບົບ.
ເຮັດໃຫ້ຂໍ້ຄວາມທີ່ເລືອກເປັນຕົວໜາ. ຫາກເຄີເຊີຢູ່ໃນຄຳສັບ, ທັງຄຳສັບນັ້ນຈະກາຍເປັນຕົວໜາ. ຫາກຂໍ້ຄວາມທີ່ເລືອກ ຫຼື ຄຳສັບນັ້ນເປັນຕົວໜາຢູ່ແລ້ວ, ຮູບແບບຕົວໜາຈະຖືກຍົກເລີກ.
ເຮັດໃຫ້ຂໍ້ຄວາມທີ່ເລືອກເປັນຕົວອຽງ. ຫາກເຄີເຊີຢູ່ໃນຄຳສັບ, ທັງຄຳສັບນັ້ນຈະກາຍເປັນຕົວອຽງ. ຫາກຂໍ້ຄວາມທີ່ເລືອກ ຫຼື ຄຳສັບນັ້ນເປັນຕົວອຽງຢູ່ແລ້ວ, ຮູບແບບຕົວອຽງຈະຖືກຍົກເລີກ.
ຫາກເຄີເຊີບໍ່ໄດ້ຢູ່ໃນຄຳສັບ ແລະ ບໍ່ມີການເລືອກຂໍ້ຄວາມ, ຮູບແບບຕົວອັກສອນຈະຖືກນຳໃຊ້ກັບຂໍ້ຄວາມທີ່ທ່ານຈະພິມຕໍ່ໄປ.
ຕັ້ງຄ່າສີຟອນຂອງຫ້ອງປັດຈຸບັນ ຫຼື ຫ້ອງທີ່ເລືອກ.
ຕັ້ງຄ່າສີສໍາລັບຂໍ້ຄວາມທີ່ເລືອກ. ຄລິກເພື່ອວາງສີຟອນປັດຈຸບັນໃຫ້ກັບອັກສອນທີ່ເລືອກ ຫຼື ຄຳທີ່ມີເຄີເຊີຢູ່.
ຫາກທ່ານເລືອກ ອັດຕະໂນມັດ, ສີຂໍ້ຄວາມຈະຖືກຕັ້ງເປັນສີດຳສໍາລັບພື້ນຫຼັງທີ່ເປັນສີອ່ອນ ແລະ ເປັນສີຂາວສໍາລັບພື້ນຫຼັງທີ່ເປັນສີເຂັ້ມ.
ກຳນົດສັນຍະລັກໜ້າແຖວໃຫ້ກັບຍໍ້ໜ້າທີ່ເລືອກ, ຫຼື ເອົາພວກມັນອອກຈາກຍໍ້ໜ້າທີ່ມີສັນຍະລັກໜ້າແຖວ.
ຍ້າຍຫົວຂໍ້ທີ່ມີລຳດັບຕົວເລກບ່ອນທີ່ຕົວຊີ້ຕັ້ງຢູ່, ຫຼື ຫົວຂໍ້ທີ່ເລືອກ, ຂຶ້ນໄປໜຶ່ງລະດັບໂຄງຮ່າງ. ຍ້າຍຍໍ້ໜ້າລາຍການບ່ອນທີ່ຕົວຊີ້ຕັ້ງຢູ່, ຫຼື ຍໍ້ໜ້າລາຍການທີ່ເລືອກ, ຂຶ້ນໄປໜຶ່ງລະດັບລາຍການ.
ຍ້າຍຫົວຂໍ້ທີ່ມີລຳດັບຕົວເລກບ່ອນທີ່ຕົວຊີ້ຕັ້ງຢູ່, ຫຼື ຫົວຂໍ້ທີ່ເລືອກ, ລົງໄປໜຶ່ງລະດັບໂຄງຮ່າງ. ຍ້າຍຍໍ້ໜ້າລາຍການບ່ອນທີ່ຕົວຊີ້ຕັ້ງຢູ່, ຫຼື ຍໍ້ໜ້າລາຍການທີ່ເລືອກ, ລົງໄປໜຶ່ງລະດັບລາຍການ.
ຍ້າຍຍໍ້ໜ້າທີ່ຕົວຊີ້ຕັ້ງຢູ່, ຫຼື ຍໍ້ໜ້າທີ່ເລືອກ, ໄປໄວ້ກ່ອນໜ້າຍໍ້ໜ້າກ່ອນໜ້ານີ້.
ປ່ຽນຟອນ ແລະ ການຈັດຮູບແບບຟອນສໍາລັບອັກສອນທີ່ເລືອກ.
ແກ້ໄຂຮູບແບບຂອງຫຍໍ້ໜ້າປັດຈຸບັນ, ເຊັ່ນ: ການຍໍ້ໜ້າ ແລະ ການຈັດວາງ.
ເພີ່ມການໃສ່ເລກລຳດັບ ຫຼື ເຄື່ອງໝາຍຫົວຂໍ້ໃຫ້ກັບຢໍ້າໜ້າປັດຈຸບັນ ຫຼື ຢໍ້າໜ້າທີ່ເລືອກ, ແລະ ຊ່ວຍໃຫ້ທ່ານແກ້ໄຂຮູບແບບຂອງການໃສ່ເລກລຳດັບ ຫຼື ເຄື່ອງໝາຍຫົວຂໍ້ໄດ້.