ເປີດໃຊ້ JavaScript ໃນບຣາວເຊີເພື່ອສະແດງໜ້າຊ່ວຍເຫຼືອຂອງ LibreOfficeDev.
Text Functions
This section contains descriptions of the Text functions in LibreOfficeDev Calc.
ແຊກ - ຟັງຊັນ - ໝວດໝູ່ ຂໍ້ຄວາມ
ການໃຊ້ເຄື່ອງໝາຍຄຳເວົ້າຄູ່ໃນສູດ
ເພື່ອໃສ່ຂໍ້ຄວາມໃນສູດ, ໃຫ້ວາງຂໍ້ຄວາມນັ້ນໄວ້ລະຫວ່າງເຄື່ອງໝາຍຄຳເວົ້າຄູ່ (") ສອງອັນ ແລະ Calc ຈະຮັບເອົາຕົວອັກສອນໃນຂໍ້ຄວາມນັ້ນໂດຍບໍ່ມີການແປຄວາມໝາຍອື່ນ. ຕົວຢ່າງ: ສູດ ="Hello world!" ຈະສະແດງຂໍ້ຄວາມ Hello world! ໃນຫ້ອງ ໂດຍບໍ່ມີເຄື່ອງໝາຍຄຳເວົ້າຄູ່ປາກົດອອກມາ.
ສູດທີ່ຊັບຊ້ອນກວ່າເຊັ່ນ =CONCATENATE("Life is really simple, "; "but we insist on making it complicated "; "(Confucius).") ຈະເຊື່ອມຕໍ່ສາມຂໍ້ຄວາມໃນເຄື່ອງໝາຍຄຳເວົ້າຄູ່ເຂົ້າກັນ, ໂດຍຈະສະແດງຜົນເປັນ Life is really simple, but we insist on making it complicated (Confucius).
ເພື່ອໃສ່ເຄື່ອງໝາຍຄຳເວົ້າຄູ່ລົງໃນຂໍ້ຄວາມພາຍໃນສູດ, ສາມາດໃຊ້ໄດ້ສອງວິທີ:
ທ່ານສາມາດ "ຫຼົບ" (escape) ເຄື່ອງໝາຍຄຳເວົ້າຄູ່ດ້ວຍການເພີ່ມເຄື່ອງໝາຍຄຳເວົ້າຄູ່ເຂົ້າໄປອີກອັນໜຶ່ງ, ແລະ Calc ຈະຖືວ່າເຄື່ອງໝາຍຄຳເວົ້າຄູ່ທີ່ຖືກຫຼົບນັ້ນເປັນຄ່າຕົວອັກສອນປົກກະຕິ. ຕົວຢ່າງ: ສູດ ="My name is ""John Doe"" ." ຈະສະແດງຂໍ້ຄວາມ My name is "John Doe". ອີກຕົວຢ່າງໜຶ່ງຄືສູດ =UNICODE("""") ເຊິ່ງຈະສົ່ງຄືນຄ່າ 34 , ເຊິ່ງແມ່ນຄ່າຖານສິບຂອງຕົວອັກສອນເຄື່ອງໝາຍຄຳເວົ້າ Unicode (U+0022) — ໃນທີ່ນີ້ເຄື່ອງໝາຍຄຳເວົ້າຄູ່ອັນທີໜຶ່ງ ແລະ ອັນທີສີ່ ບອກເຖິງຈຸດເລີ່ມຕົ້ນ ແລະ ຈຸດສິ້ນສຸດຂອງຂໍ້ຄວາມ, ໃນຂະນະທີ່ອັນທີສອງໃຊ້ເພື່ອຫຼົບອັນທີສາມ.
ທ່ານສາມາດໃຊ້ຟັງຊັນ CHAR ຫຼື ຟັງຊັນ UNICHAR ເພື່ອແຊກເຄື່ອງໝາຍຄຳເວົ້າຄູ່ໄດ້. ຕົວຢ່າງ: ສູດ =UNICHAR(34) & "The Catcher in the Rye" & UNICHAR(34) & " is a famous book by J. D. Salinger." ຈະສະແດງຂໍ້ຄວາມ "The Catcher in the Rye" is a famous book by J. D. Salinger.
ກະລຸນາຮັບຊາບວ່າ ຟັງຊັນການແກ້ໄຂອັດຕະໂນມັດ (AutoCorrect) ຂອງ Calc ອາດຈະມີການປ່ຽນແປງເຄື່ອງໝາຍຄຳເວົ້າຄູ່. ການແກ້ໄຂອັດຕະໂນມັດ ບໍ່ຄວນປ່ຽນແປງເຄື່ອງໝາຍຄຳເວົ້າຄູ່ ຢູ່ພາຍໃນຫ້ອງສູດ ແຕ່ອາດຈະປ່ຽນແປງເຄື່ອງໝາຍທີ່ໃຊ້ໃນຫ້ອງທີ່ບໍ່ແມ່ນສູດເຊິ່ງມີຂໍ້ຄວາມຢູ່ນຳ. ຕົວຢ່າງເຊັ່ນ, ຖ້າທ່ານສຳເນົາຂໍ້ຄວາມທີ່ຖືກລ້ອມຮອບດ້ວຍເຄື່ອງໝາຍຄຳເວົ້າຄູ່ຮູບແບບອື່ນໆ, ເຊັ່ນ ເຄື່ອງໝາຍຄຳເວົ້າຄູ່ເບື້ອງຊ້າຍ (U+201C) ແລະ ເຄື່ອງໝາຍຄຳເວົ້າຄູ່ເບື້ອງຂວາ (U+201D), ແລ້ວນຳໄປວາງໃສ່ໃນຫ້ອງສູດ, ມັນອາດຈະເກີດຂໍ້ຜິດພາດໄດ້. ເປີດສ່ວນ ເຄື່ອງໝາຍຄຳເວົ້າຄູ່ ຂອງໜ້າຕ່າງ ເພື່ອຕັ້ງຄ່າຕົວອັກສອນທີ່ຈະໃຊ້ເຂົ້າໃນການແກ້ໄຂເຄື່ອງໝາຍຄຳເວົ້າຄູ່ເລີ່ມຕົ້ນ ແລະ ສິ້ນສຸດໂດຍອັດຕະໂນມັດ. ຍົກເລີກການໝາຍເອົາປຸ່ມສະຫຼັບ ເພື່ອປິດການນຳໃຊ້ຄຸນສົມບັດນີ້.
ຂໍ້ຄວາມວ່າງ ແລະ ຫ້ອງວ່າງ
ຫ້ອງທີ່ມີຂໍ້ຄວາມວ່າງ ("") ແມ່ນບໍ່ຄືກັນກັບຫ້ອງວ່າງ (blank). ເມື່ອມີການຄົ້ນຫາ ຫຼື ຄິດໄລ່ກັບຂໍ້ຄວາມ, ຂໍ້ຄວາມວ່າງ "" ຈະຖືກຖືວ່າເປັນຂໍ້ຄວາມທີ່ມີຄວາມຍາວເປັນສູນ.
ຕົວຢ່າງ: ເມື່ອສູດໃນຫ້ອງ A1 ສົ່ງຄືນຂໍ້ຄວາມວ່າງ "", ຈະມີຜົນດັ່ງນີ້:
=ISBLANK(A1) ສົ່ງຄືນ FALSE. ຫ້ອງນັ້ນບໍ່ແມ່ນຫ້ອງວ່າງ.
=ISFORMULA(A1) ສົ່ງຄືນ TRUE. ຫ້ອງນັ້ນແມ່ນສູດ.
=ISLOGICAL(A1) ສົ່ງຄືນ FALSE. ບໍ່ແມ່ນຄ່າທາງຕັກກະສາດ.
=ISNONTEXT(A1) ສົ່ງຄືນ FALSE. ຫ້ອງນັ້ນມີຂໍ້ຄວາມວ່າງຢູ່.
=ISNUMBER(A1) ສົ່ງຄືນ FALSE. ບໍ່ແມ່ນຕົວເລກ.
=ISTEXT(A1) ສົ່ງຄືນ TRUE. ຫ້ອງນັ້ນມີຂໍ້ຄວາມວ່າງ ເຊິ່ງຄິດໄລ່ມາຈາກສູດ.
=LEN(A1) ສົ່ງຄືນ 0. ຄວາມຍາວຂອງຂໍ້ຄວາມວ່າງແມ່ນ 0.
ສົ່ງຄືນຄ່າຕົວເລກທີ່ກົງກັບຕົວເລກໂຣມັນທີ່ລະບຸໄວ້ເປັນຂໍ້ຄວາມ.
ແປງຕົວອັກສອນແບບດັບເບິນໄບຕ໌ (ຄວາມກວ້າງເຕັມ) ໄປເປັນຕົວອັກສອນ ASCII ແລະ ຄາຕາຄານະ ແບບຊິງເກິນໄບຕ໌ (ເຄິ່ງຄວາມກວ້າງ).
ແປງຕົວເລກເປັນຂໍ້ຄວາມພາສາໄທ, ລວມທັງຊື່ສະກຸນເງິນໄທ.
ແປງຈຳນວນຖ້ວນບວກໄປເປັນຖານທີ່ກຳນົດໃຫ້ໃນຮູບແບບຂໍ້ຄວາມຈາກ ລະບົບຕົວເລກ . ໂດຍໃຊ້ຕົວເລກ 0-9 ແລະ ຕົວອັກສອນ A-Z.
ແປງຕົວເລກເປັນຕົວອັກສອນຕາມຕາຕະລາງລະຫັດປັດຈຸບັນ. ຕົວເລກສາມາດເປັນຈຳນວນຖ້ວນທີ່ມີສອງ ຫຼື ສາມຫຼັກ.
ຕົວອັກສອນທີ່ບໍ່ສາມາດພິມອອກມາໄດ້ທັງໝົດຈະຖືກລຶບອອກຈາກຂໍ້ຄວາມ.
ສົ່ງຄືນລະຫັດຕົວເລກສຳລັບຕົວອັກສອນທຳອິດໃນຂໍ້ຄວາມ.
ຮວມສາຍຂໍ້ຄວາມຫຼາຍໆຂໍ້ຄວາມເຂົ້າກັນເປັນຂໍ້ຄວາມດຽວ.
ແປງຂໍ້ຄວາມທີ່ແທນຕົວເລກໃນ ລະບົບຕົວເລກ ດ້ວຍເລກຖານທີ່ກຳນົດ ໃຫ້ເປັນເລກຖ້ວນບວກ. ເລກຖານຕ້ອງຢູ່ໃນຊ່ວງ 2 ຫາ 36. ຈະບໍ່ສົນໃຈຍະຫວ່າງ ແລະ ແທັບ (tab). ຟິວ ຂໍ້ຄວາມ ຈະບໍ່ແຍກຕົວອັກສອນນ້ອຍ-ໃຫຍ່.
ແປງຕົວເລກໃຫ້ເປັນຂໍ້ຄວາມທີ່ສະແງເຖິງຈຳນວນເງິນໃນຮູບແບບສະກຸນເງິນ, ປັດຕົວເລກຕາມຕຳແໜ່ງທົດສະນິຍົມທີ່ລະບຸ, ໂດຍໃຊ້ເຄື່ອງໝາຍຂັ້ນທົດສະນິຍົມທີ່ກົງກັບ ການຕັ້ງຄ່າທ້ອງຖິ່ນໃນປະຈຸບັນ . ໃນຟິວ ຄ່າ ໃຫ້ປ້ອນຕົວເລກທີ່ຈະແປງ. ທ່ານຍັງສາມາດປ້ອນຈຳນວນຕຳແໜ່ງທົດສະນິຍົມໃນຟິວ ທົດສະນິຍົມ ໄດ້. ຖ້າບໍ່ໄດ້ລະບຸຄ່າ, ຕົວເລກທັງໝົດໃນຮູບແບບສະກຸນເງິນຈະສະແດງດ້ວຍທົດສະນິຍົມສອງຕຳແໜ່ງ.
ສົ່ງຄືນຂໍ້ຄວາມທີ່ຜ່ານການເຂົ້າລະຫັດ URL (URL-encoded).
ປຽບທຽບຂໍ້ຄວາມສອງຊຸດ ແລະ ສົ່ງຄືນຄ່າ TRUE ຖ້າພວກມັນຄືກັນທຸກປະການ. ຟັງຊັນນີ້ຈະແຍກຕົວອັກສອນນ້ອຍ-ໃຫຍ່.
ໃຊ້ງານນິພົດ XPath ກັບເອກະສານ XML.
ສົ່ງຄືນຕຳແໜ່ງຂອງຂໍ້ຄວາມພາຍໃນຂໍ້ຄວາມອື່ນ. ທ່ານຍັງສາມາດກຳນົດຈຸດເລີ່ມຕົ້ນຂອງການຄົ້ນຫາໄດ້. ສິ່ງທີ່ຄົ້ນຫາສາມາດເປັນຕົວເລກ ຫຼື ຂໍ້ຄວາມໃດໆກໍໄດ້. ການຄົ້ນຫາຈະແຍກຕົວອັກສອນນ້ອຍ-ໃຫຍ່.
Returns the starting position of a given text, using byte positions. FINDB is case sensitive.
ສົ່ງຄືນຕົວເລກໃນຮູບແບບຂໍ້ຄວາມ ໂດຍມີຈຳນວນຕຳແໜ່ງທົດສະນິຍົມທີ່ລະບຸ ແລະ ສາມາດເລືອກໃສ່ເຄື່ອງໝາຍຂັ້ນຫຼັກພັນໄດ້.
ແປງຕົວອັກສອນ ASCII ຫຼື ຄາຕາການະ ແບບໄບຕ໌ດຽວ (ເຄິ່ງຄວາມກວ້າງ) ໃຫ້ເປັນຕົວອັກສອນແບບດັບເບິນໄບຕ໌ (ເຕັມຄວາມກວ້າງ).
ສົ່ງຄືນຕົວອັກສອນຕົວທຳອິດ ຫຼື ຫຼາຍຕົວອັກສອນທຳອິດຂອງຂໍ້ຄວາມ.
ສົ່ງຄືນຕົວອັກສອນທຳອິດຂອງຂໍ້ຄວາມແບບ DBCS.
ສົ່ງຄືນຄວາມຍາວຂອງຂໍ້ຄວາມ ລວມທັງຍະຫວ່າງ.
ສຳລັບພາສາທີ່ໃຊ້ຕົວອັກສອນແບບດັບເບິນໄບຕ໌ (DBCS), ຈະສົ່ງຄືນຈຳນວນໄບຕ໌ທີ່ໃຊ້ເພື່ອສະແດງຕົວອັກສອນໃນຂໍ້ຄວາມ.
ແປງຕົວອັກສອນພິມໃຫຍ່ທັງໝົດໃນຂໍ້ຄວາມໃຫ້ເປັນຕົວອັກສອນພິມນ້ອຍ.
ສົ່ງຄືນຂໍ້ຄວາມສ່ວນໃດສ່ວນໜຶ່ງຂອງຂໍ້ຄວາມທັງໝົດ. ພາຣາມິເຕີຈະກຳນົດຕຳແໜ່ງເລີ່ມຕົ້ນ ແລະ ຈຳນວນຕົວອັກສອນ.
ສົ່ງຄືນຂໍ້ຄວາມສ່ວນໃດສ່ວນໜຶ່ງຂອງຂໍ້ຄວາມແບບ DBCS. ພາຣາມິເຕີຈະກຳນົດຕຳແໜ່ງເລີ່ມຕົ້ນ ແລະ ຈຳນວນຕົວອັກສອນ.
ປ່ຽນຕົວອັກສອນທຳອິດຂອງທຸກໆຄຳໃນຂໍ້ຄວາມໃຫ້ເປັນຕົວພິມໃຫຍ່.
ຈັບຄູ່ ແລະ ດຶງຂໍ້ມູນ ຫຼື ແທນທີ່ຂໍ້ຄວາມໂດຍໃຊ້ regular expressions.
ແທນທີ່ບາງສ່ວນຂອງຂໍ້ຄວາມດ້ວຍຂໍ້ຄວາມອື່ນ. ຟັງຊັນນີ້ສາມາດໃຊ້ເພື່ອແທນທີ່ໄດ້ທັງຕົວອັກສອນ ແລະ ຕົວເລກ (ເຊິ່ງຈະຖືກປ່ຽນເປັນຂໍ້ຄວາມໂດຍອັດຕະໂນມັດ). ຜົນລັດຂອງຟັງຊັນຈະສະແດງເປັນຂໍ້ຄວາມສະເໝີ. ຖ້າທ່ານຕ້ອງການຄິດໄລ່ຕໍ່ດ້ວຍຕົວເລກທີ່ຖືກແທນທີ່ດ້ວຍຂໍ້ຄວາມແລ້ວ, ທ່ານຈະຕ້ອງປ່ຽນມັນກັບມາເປັນຕົວເລກໂດຍໃຊ້ຟັງຊັນ VALUE .
Returns text where an old text is replaced with a new text, using byte positions.
ເຮັດຊ້ຳຂໍ້ຄວາມຕາມ ຈຳນວນ ຄັ້ງທີ່ກຳນົດ.
ສົ່ງຄືນຕົວອັກສອນສຸດທ້າຍ ຫຼື ຫຼາຍຕົວອັກສອນສຸດທ້າຍຂອງຂໍ້ຄວາມ.
ສົ່ງຄືນຕົວອັກສອນສຸດທ້າຍ ຫຼື ຫຼາຍຕົວອັກສອນສຸດທ້າຍຂອງຂໍ້ຄວາມທີ່ມີຊຸດຕົວອັກສອນແບບສອງໄບຕ໌ (DBCS).
ປ່ຽນຕົວເລກໃຫ້ເປັນເລກໂລມັນ. ຊ່ວງຂອງຄ່າຕ້ອງຢູ່ລະຫວ່າງ 0 ຫາ 3999. ສາມາດລະບຸໂໝດການເຮັດໃຫ້ງ່າຍຂຶ້ນໄດ້ໃນຊ່ວງແຕ່ 0 ຫາ 4.
ສົ່ງຄືນຕຳແໜ່ງຂອງສ່ວນຂໍ້ຄວາມພາຍໃນຂໍ້ຄວາມອື່ນ. ທ່ານສາມາດຕັ້ງຈຸດເລີ່ມຕົ້ນຂອງການຊອກຫາໄດ້. ຂໍ້ຄວາມທີ່ຊອກຫາສາມາດເປັນຕົວເລກ ຫຼື ຊຸດຂອງຕົວອັກສອນໃດໆກໍໄດ້. ການຊອກຫາບໍ່ຈຳແນກຕົວພິມໃຫຍ່-ນ້ອຍ. ຖ້າບໍ່ພົບຂໍ້ຄວາມ, ຈະສົ່ງຄືນຂໍ້ຜິດພາດ 519 (#VALUE).
Returns the starting position of a given text, using byte positions (not case sensitive).
ແທນທີ່ຂໍ້ຄວາມເກົ່າດ້ວຍຂໍ້ຄວາມໃໝ່ໃນຂໍ້ຄວາມ.
ຟັງຊັນນີ້ສົ່ງຄືນຂໍ້ຄວາມເປົ້າໝາຍ, ຫຼື ສົ່ງຄືນຂໍ້ຄວາມຫວ່າງເປົ່າ ຖ້າຫາກເປົ້າໝາຍນັ້ນບໍ່ແມ່ນຂໍ້ຄວາມ.
ແປງຄ່າໃຫ້ເປັນຂໍ້ຄວາມຕາມຮູບແບບທີ່ກຳນົດ.
ລຶບຍະຫວ່າງອອກຈາກຂໍ້ຄວາມ, ໂດຍໃຫ້ເຫຼືອໄວ້ພຽງຍະຫວ່າງດຽວລະຫວ່າງຄຳສັບ.
ແປງລະຫັດຕົວເລກໃຫ້ເປັນຕົວອັກສອນ ຫຼື ຕົວໜັງສືໃນຮູບແບບ Unicode.
ສົ່ງຄືນລະຫັດຕົວເລກສຳລັບຕົວອັກສອນ Unicode ຕົວທຳອິດໃນຂໍ້ຄວາມ.
ແປງຂໍ້ຄວາມທີ່ລະບຸໃນຟີວ text ໃຫ້ເປັນຕົວພິມໃຫຍ່ທັງໝົດ.
ແປງຂໍ້ຄວາມທີ່ສະແດງເຖິງຕົວເລກໃຫ້ເປັນຮູບແບບຕົວເລກ. ຖ້າຂໍ້ຄວາມທີ່ລະບຸເປັນວັນທີ, ເວລາ ຫຼື ວັນທີ-ເວລາ ທີ່ຖືກຕ້ອງ, ມັນຈະສົ່ງຄືນຕົວເລກລຳດັບວັນທີ-ເວລາທີ່ກົງກັນ.
ດຶງເນື້ອໃນບາງຢ່າງຈາກເວັບໂດຍໃຊ້ URI.