ແຖບເຄື່ອງມືປະກອບດ້ວຍຟັງຊັນຕ່າງໆສຳລັບການແຊກ ກອບ, ຮູບພາບ, ຕາຕະລາງ ແລະ ວັດຖຸອື່ນໆ.
ທ່ານສາມາດເລືອກຟັງຊັນດັ່ງຕໍ່ໄປນີ້:
ແຊກຕາຕະລາງເຂົ້າໃນເອກະສານ. ທ່ານຍັງສາມາດຄລິກທີ່ລູກສອນ, ລາກເພື່ອເລືອກຈຳນວນແຖວ ແລະ ຖັນທີ່ຈະລວມເຂົ້າໃນຕາຕະລາງ, ແລ້ວຄລິກໃນຫ້ອງສຸດທ້າຍ.
ແຊກສ່ວນຂໍ້ຄວາມຢູ່ທີ່ຕຳແໜ່ງເຄີເຊີໃນເອກະສານ. ທ່ານຍັງສາມາດເລືອກກຸ່ມຂໍ້ຄວາມແລ້ວເລືອກຄຳສັ່ງນີ້ເພື່ອສ້າງສ່ວນໄດ້. ທ່ານສາມາດໃຊ້ສ່ວນຕ່າງໆເພື່ອແຊກກຸ່ມຂໍ້ຄວາມຈາກເອກະສານອື່ນ, ເພື່ອໃຊ້ຮູບແບບຄໍລຳທີ່ກຳນົດເອງ, ຫຼື ເພື່ອປ້ອງກັນ ຫຼື ຊ້ອນກຸ່ມຂໍ້ຄວາມຖ້າກົງກັບເງື່ອນໄຂ.
ແຕ້ມຂອບໃນບ່ອນທີ່ທ່ານລາກເມົາສ໌ໃນເອກະສານ. ຄລິກທີ່ລູກສອນຂ້າງໄອຄອນເພື່ອເລືອກຈຳນວນຖັນສຳລັບຂອບ.
ແຊກເຟຣມລອຍເຂົ້າໃນເອກະສານປັດຈຸບັນ. ເຟຣມລອຍຖືກໃຊ້ໃນເອກະສານ HTML ເພື່ອສະແດງເນື້ອຫາຂອງໄຟລ໌ອື່ນ.
ແຊກເຊິງອັດ ຫຼື ທ້າຍບົດໃນເອກະສານ. ຈຸດຍຶດສຳລັບໝາຍເຫດຈະຖືກແຊກຢູ່ທີ່ຕຳແໜ່ງເຄີເຊີປັດຈຸບັນ. ທ່ານສາມາດເລືອກລະຫວ່າງການໃສ່ເລກອັດຕະໂນມັດ ຫຼື ສັນຍະລັກທີ່ກຳນົດເອງ.
ເຊິງອັດຈະຖືກແຊກຢູ່ທີ່ທ້າຍໜ້າເຈ້ຍ, ແລະ ທ້າຍບົດຈະຖືກແຊກຢູ່ທີ່ທ້າຍເອກະສານ.
ແຊກບັນທຶກລົງໃນຕຳແໜ່ງຂອງເຄີເຊີປັດຈຸບັນ.
Inserts a bookmark at the cursor position. To bookmark specific text, select the text before inserting. The Navigator can then be used to quickly jump to the marked location. In HTML documents, bookmarks are converted to anchors that can be targeted by hyperlinks.
ແຊກເນື້ອໃນຂອງເອກະສານອື່ນລົງໃນເອກະສານປັດຈຸບັນຢູ່ຕຳແໜ່ງເຄີເຊີ.
ສ້າງ, ແກ້ໄຂ, ຫຼື ແຊກຂໍ້ຄວາມອັດຕະໂນມັດ. ທ່ານສາມາດຈັດເກັບຂໍ້ຄວາມທີ່ຈັດຮູບແບບແລ້ວ, ຂໍ້ຄວາມທີ່ມີຮູບພາບ, ຕາຕະລາງ, ແລະ ຟິວ ເປັນຂໍ້ຄວາມອັດຕະໂນມັດ. ເພື່ອແຊກຂໍ້ຄວາມອັດຕະໂນມັດຢ່າງວ່ອງໄວ, ໃຫ້ພິມທາງລັດສຳລັບຂໍ້ຄວາມອັດຕະໂນມັດໃນເອກະສານຂອງທ່ານ, ແລ້ວກົດປຸ່ມ F3.
ອະນຸຍາດໃຫ້ຜູ້ໃຊ້ແຊກອັກສອນຈາກກຸ່ມສັນຍະລັກທີ່ມີຢູ່ໃນຟອນທີ່ຕິດຕັ້ງແລ້ວ.
ແຊກຟິວລົງໃນຕຳແໜ່ງຂອງເຄີເຊີປັດຈຸບັນ.
ໄອຄອນປຸ່ມຄວບຄຸມຈະເປີດແຖບເຄື່ອງມືທີ່ມີເຄື່ອງມືທີ່ທ່ານຕ້ອງການເພື່ອສ້າງແບບຟອມແບບໂຕ້ຕອບ.
ເປີດກ່ອງໂຕ້ຕອບການເລືອກໄຟລ໌ເພື່ອແຊກຮູບພາບເຂົ້າໃນເອກະສານປັດຈຸບັນ.
ແຊກສູດເຂົ້າໃນເອກະສານປັດຈຸບັນ. ສໍາລັບຂໍ້ມູນເພີ່ມເຕີມ ໃຫ້ເປີດ ການຊ່ວຍເຫຼືອ LibreOfficeDev Math.
ແຊກດັດຊະນີ ຫຼື ສາລະບານລົງໃນຕຳແໜ່ງຂອງເຄີເຊີປັດຈຸບັນ.
ໝາຍຂໍ້ຄວາມທີ່ເລືອກໃຫ້ເປັນລາຍການດັດຊະນີ ຫຼື ສານບັນ ຫຼື ແກ້ໄຂລາຍການດັດຊະນີທີ່ເລືອກ.