ການໃຊ້ທີມເອກະສານ

ທີມ (Theme) ແມ່ນແນວຄິດຂອງການຮວມການຕັ້ງຄ່າສີ, ຟອນ ແລະ ຮູບແບບເຂົ້າກັນ. ຊື່ຂອງສີ, ຟອນ ແລະ ການຕັ້ງຄ່າຮູບແບບຖືກກຳນົດໄວ້ໃນເອກະສານ. ເມື່ອສະຫຼັບທີມໃນເອກະສານ, ອົງປະກອບທີ່ມີຊື່ທີ່ກຳນົດໄວ້ຈະສະຫຼັບສີ, ຟອນ ແລະ ການຕັ້ງຄ່າຮູບແບບຕາມທີມໃໝ່.

ເພື່ອໃຊ້ທີມເອກະສານ

  1. ຈັດຮູບແບບເອກະສານໂດຍໃຊ້ຊື່ຄຸນລັກສະນະທີມທີ່ກຳນົດໄວ້ ເຊັ່ນ: ສີ, ຟອນ ແລະ ການຕັ້ງຄ່າຮູບແບບອື່ນໆ.

  2. ນຳໃຊ້ທີມກັບເອກະສານ.

ເພື່ອນຳໃຊ້ທີມກັບເອກະສານ

  1. ເລືອກ ຮູບແບບ - ທີມ.

  2. ດັບເບິ້ນຄລິກໃສ່ທີມທີ່ຕ້ອງການ ຫຼື ເລືອກທີມແລ້ວຄລິກ ຕົກລົງ

ອົງປະກອບທັງໝົດຂອງເອກະສານທີ່ມີການຕັ້ງຊື່ຄຸນລັກສະນະທີມທີ່ກຳນົດໄວ້ຈະປ່ຽນໄປຕາມຄຸນລັກສະນະຂອງທີມໃໝ່. ຕົວຢ່າງ, ຫົວຂໍ້ທີ່ມີສີຟອນຕັ້ງໄວ້ເປັນ "Dark 2" ຈະປ່ຽນເປັນສີ "Dark 2" ຂອງທີມໃໝ່.

ເພື່ອເພີ່ມທີມໃໝ່

  1. ເລືອກ ຮູບແບບ - ທີມ ແລະ ຄລິກໃສ່ ເພີ່ມ.

  2. ປ້ອນຊື່ສຳລັບທີມໃໝ່ໃນກ່ອງຂໍ້ຄວາມ ຊື່.

  3. ໃນພື້ນທີ່ສີ, ໃຫ້ເລືອກສີພື້ນຖານສຳລັບແຕ່ລະຊື່ສີທັງ 12 ສີທີ່ກຳນົດໄວ້ຂອງທີມ.

    ສີທີມ ປະກອບດ້ວຍຊຸດສີພື້ນຖານ 12 ສີ, ເຊິ່ງແຕ່ລະສີມີການປ່ຽນແປງທີ່ຄຳນວນພາຍໃນ 5 ແບບ. ສີເຫຼົ່ານີ້ຖືກກຳນົດໂດຍຄ່າ RGB ຂອງມັນເທົ່ານັ້ນ ແລະ ຖືກບັນທຶກໄວ້ໃນໄຟລ໌ເອກະສານ. ສີຂອງວັດຖຸສາມາດຖືກກຳນົດໂດຍການອ້າງອີງສີຈາກຊຸດ ສີທີມ, ບໍ່ວ່າຈະເປັນດ້ວຍຄຳສຳຄັນ ຫຼື ດັດຊະນີ, ຂຶ້ນກັບບໍລິບົດ. ຊື່ສີພື້ນຖານແມ່ນ

    • ມືດ 1, ແຈ້ງ 1, ມືດ 2, ແຈ້ງ 2,

    • ຈຸດເນັ້ນ 1, ຈຸດເນັ້ນ 2, ຈຸດເນັ້ນ 3, ຈຸດເນັ້ນ 4, ຈຸດເນັ້ນ 5, ຈຸດເນັ້ນ 6,

    • ໄຮເປີລິ້ງ, ໄຮເປີລິ້ງທີ່ເຄີຍເຂົ້າ

  4. ຄລິກ ຕົກລົງ ເພື່ອປປິດກ່ອງຂໍ້ຄວາມສີ.

  5. ຄລິກ ຕົກລົງ ຫຼື ດັບເບິ້ນຄລິກໃສ່ທີມໃໝ່ເພື່ອນຳໃຊ້ທີມກັບເອກະສານ.

ກະລຸນາສະໜັບສະໜູນພວກເຮົາ!

ກະລຸນາສະໜັບສະໜູນພວກເຮົາ!