ການຊ່ວຍເຫຼືອ LibreOfficeDev 26.8
ຕໍ່ໄປນີ້ແມ່ນລາຍການສູດຕົວຢ່າງໃນ LibreOfficeDev Math.
ຕົວຢ່າງຕໍ່ໄປນີ້ຈະອະທິບາຍວິທີການສ້າງສັນຍະລັກພ້ອມດັດຊະນີໃນ LibreOfficeDev Math. ທ່ານສາມາດຄັດລອກຕົວຢ່າງນີ້ໄປໃສ່ປ່ອງຢ້ຽມ ຄຳສັ່ງ ໂດຍການໃຊ້ຄລິບບອດ ແລະ ນຳໃຊ້ມັນໃນສູດຂອງທ່ານເອງ.
ນີ້ແມ່ນອີກຕົວຢ່າງໜຶ່ງຂອງການສ້າງສັນຍະລັກພ້ອມດັດຊະນີໃນ LibreOfficeDev Math. ທ່ານສາມາດຄັດລອກຕົວຢ່າງນີ້ໄປໃສ່ປ່ອງຢ້ຽມ ຄຳສັ່ງ ໂດຍການໃຊ້ຄລິບບອດ ແລະ ນຳໃຊ້ມັນໃນສູດຂອງທ່ານເອງ.
ຕົວຢ່າງທີສາມຂອງວິທີການໃຊ້ LibreOfficeDev Math ເພື່ອສ້າງສັນຍະລັກພ້ອມດັດຊະນີແມ່ນສະແດງຢູ່ລຸ່ມນີ້. ທ່ານສາມາດຄັດລອກຕົວຢ່າງນີ້ໃສ່ຄລິບບອດ ແລະ ນຳໃຊ້ມັນໃນສູດຂອງທ່ານເອງໃນປ່ອງຢ້ຽມ ຄຳສັ່ງ.
ນີ້ແມ່ນຕົວຢ່າງຂອງວິທີການສ້າງມາຕຣິດດ້ວຍ LibreOfficeDev Math. ຖ້າທ່ານຕ້ອງການໃຊ້ຕົວຢ່າງໃນສູດຂອງທ່ານເອງ, ທ່ານສາມາດຄັດລອກມັນໄປໃສ່ປ່ອງຢ້ຽມ ຄຳສັ່ງ ໂດຍການໃຊ້ຄລິບບອດ.
ນີ້ແມ່ນຕົວຢ່າງຂອງວິທີການສ້າງມາຕຣິດທີ່ມີຂະໜາດຕົວອັກສອນຕ່າງກັນໃນ LibreOfficeDev Math. ທ່ານສາມາດຄັດລອກຕົວຢ່າງນີ້ໄປໃສ່ປ່ອງຢ້ຽມ ຄຳສັ່ງ ໂດຍການໃຊ້ຄລິບບອດ ແລະ ນຳໃຊ້ມັນໃນສູດຂອງທ່ານເອງ.
ນີ້ແມ່ນຕົວຢ່າງຂອງວິທີການສ້າງມາຕຣິດເປັນຕົວໜາໃນ LibreOfficeDev Math. ທ່ານສາມາດຄັດລອກຕົວຢ່າງນີ້ໄປໃສ່ປ່ອງຢ້ຽມ ຄຳສັ່ງ ໂດຍການໃຊ້ຄລິບບອດ ແລະ ນຳໃຊ້ມັນໃນສູດຂອງທ່ານເອງ.
ນີ້ແມ່ນຕົວຢ່າງຂອງວິທີການສ້າງຕຳລາດ້ວຍ LibreOfficeDev Math. ຖ້າທ່ານຕ້ອງການໃຊ້ຕົວຢ່າງໃນສູດຂອງທ່ານເອງ, ໃຫ້ຄັດລອກມັນໄປໃສ່ປ່ອງຢ້ຽມ ຄຳສັ່ງ ໂດຍການໃຊ້ຄລິບບອດ.
ນີ້ແມ່ນຕົວຢ່າງຂອງວິທີການສ້າງຮາກຂັ້ນສອງດ້ວຍ LibreOfficeDev Math. ຖ້າທ່ານຕ້ອງການໃຊ້ຕົວຢ່າງໃນສູດຂອງທ່ານເອງ, ໃຫ້ຄັດລອກມັນໄປໃສ່ປ່ອງຢ້ຽມ ຄຳສັ່ງ ໂດຍການໃຊ້ຄລິບບອດ.
ນີ້ແມ່ນຕົວຢ່າງຂອງວິທີການໃຊ້ຕົວອັກສອນ ແລະ ຂະໜາດຕົວອັກສອນຕ່າງໆພາຍໃນສູດໃນ LibreOfficeDev Math.
ພາກສ່ວນນີ້ປະກອບດ້ວຍຕົວຢ່າງຂອງວິທີທີ່ທ່ານສາມາດໃຊ້ຄຸນລັກສະນະຕ່າງໆໃນສູດໃນ LibreOfficeDev Math.
