ຕົວເລືອກຄອມໄພເລີທີ່ລະບຸໃນລະດັບໂມດູນຈະມີຜົນຕໍ່ ການກວດສອບຄອມໄພເລີ Basic ຂອງ LibreOfficeDev ແລະ ຂໍ້ຄວາມສະແດງຂໍ້ຜິດພາດ. ໄວຍາກອນ Basic ລວມທັງຊຸດຄຳສັ່ງ Basic ສາມາດແຕກຕ່າງກັນໄປຕາມຕົວເລືອກທີ່ໃຊ້. ຫາກມີ Option ໜ້ອຍ, ພາສາ LibreOfficeDev Basic ຈະຍືດຫຍຸ່ນ ແລະ ງ່າຍຂຶ້ນ. ແຕ່ຫາກມີ Option ຫຼາຍ, ພາສາ Basic ຈະມີຄວາມສາມາດ ແລະ ຖືກຄວບຄຸມຫຼາຍຂຶ້ນ.
ຕົວເລືອກຄອມໄພເລີຕ້ອງຖືກລະບຸໄວ້ກ່ອນສ່ວນຂອງໂຄ້ດໂປຣແກຣມທີ່ຈະໃຫ້ເຮັດວຽກໃນໂມດູນ.
ລະບຸວ່າຂອບເຂດຂອງໂມດູນແມ່ນຂຶ້ນກັບຫ້ອງສະໝຸດ Basic ທີ່ມັນສັງກັດຢູ່.
ຕົວເລືອກທີ່ລະບຸໃນລະດັບໂມດູນຍັງມີຜົນຕໍ່ ເງື່ອນໄຂການເຮັດວຽກຂອງ Basic ໃນ LibreOfficeDev. ພຶດຕິກຳຂອງຄຳສັ່ງ LibreOfficeDev Basic ອາດຈະແຕກຕ່າງກັນ.