ເປີດໃຊ້ JavaScript ໃນບຣາວເຊີເພື່ອສະແດງໜ້າຊ່ວຍເຫຼືອຂອງ LibreOfficeDev.
ຄຸນສົມບັດສະໄລ້ ຄຸນສົມບັດໜ້າ
ອະນຸຍາດໃຫ້ທ່ານກຳນົດເຄົ້າຮ່າງໜ້າສຳລັບເອກະສານໜ້າດຽວ ແລະ ຫຼາຍໜ້າ, ລວມທັງການໃສ່ເລກໜ້າ, ທິດທາງຂໍ້ຄວາມ ແລະ ຮູບແບບເຈ້ຍ.
ຈາກແຖບເມນູ:
ເລືອກແທັບ
ເລືອກແທັບ .
ເລືອກແທັບ .
ເລືອກ (Command+T) (F11) - ເປີດເມນູຄລິກຂວາຂອງຮູບແບບໜ້າ ແລ້ວເລືອກແທັບ .
ເລືອກແທັບ .
ເລືອກ (Command+T) (F11) - ເປີດເມນູຄລິກຂວາຂອງຮູບແບບໜ້າ ແລ້ວເລືອກແທັບ .
ເລືອກແທັບ (Writer).
ຮູບແບບເຈ້ຍ
ເລືອກຈາກລາຍຊື່ຂະໜາດເຈ້ຍທີ່ກຳນົດໄວ້ລ່ວງໜ້າ, ຫຼື ກຳນົດຮູບແບບເຈ້ຍດ້ວຍຕົນເອງ.
ຮູບແບບ
ເລືອກຂະໜາດເຈ້ຍທີ່ກຳນົດໄວ້ລ່ວງໜ້າ, ຫຼື ສ້າງຮູບແບບກຳນົດເອງໂດຍການປ້ອນຂະໜາດຂອງເຈ້ຍໃນຊ່ອງ ຄວາມສູງ ແລະ ຄວາມກວ້າງ .
ຮູບແບບສະໄລ້ "ການສະແດງເທິງໜ້າຈໍ (4:3)", "ການສະແດງເທິງໜ້າຈໍ (16:9)" ແລະ "ການສະແດງເທິງໜ້າຈໍ (16:10)" ແມ່ນໃຊ້ເພື່ອຄວາມສາມາດໃນການເຮັດວຽກຮ່ວມກັບ Microsoft PowerPoint.
ຄວາມກວ້າງ
ສະແດງຄວາມກວ້າງຂອງຮູບແບບເຈ້ຍທີ່ເລືອກ. ເພື່ອກຳນົດຮູບແບບດ້ວຍຕົນເອງ, ໃຫ້ປ້ອນຄວາມກວ້າງຢູ່ບ່ອນນີ້.
ຄວາມສູງ
ສະແດງຄວາມສູງຂອງຮູບແບບເຈ້ຍທີ່ເລືອກ. ເພື່ອກຳນົດຮູບແບບດ້ວຍຕົນເອງ, ໃຫ້ປ້ອນຄວາມສູງຢູ່ບ່ອນນີ້.
ການວາງແນວ
ເລືອກການວາງແນວເຈ້ຍສຳລັບການສະແດງຜົນ ແລະ ການພິມ.
ແນວຕັ້ງ
ສະແດງ ແລະ ພິມເອກະສານປັດຈຸບັນໂດຍວາງແນວເຈ້ຍເປັນແນວຕັ້ງ.
ແນວນອນ
ສະແດງ ແລະ ພິມເອກະສານປັດຈຸບັນໂດຍວາງແນວເຈ້ຍເປັນແນວນອນ.
Resize only current page instead of all pages. This creates a new master page in case only one page is resized.
ທິດທາງຂໍ້ຄວາມ
ເລືອກທິດທາງຂໍ້ຄວາມທີ່ທ່ານຕ້ອງການໃຊ້ໃນເອກະສານຂອງທ່ານ.
ຊ້າຍຫາຂວາ (ແນວນອນ) : ຄ່າເລີ່ມຕົ້ນສຳລັບພາສາຕາເວັນຕົກສ່ວນໃຫຍ່.
ຂວາຫາຊ້າຍ (ແນວນອນ) : ຄ່າເລີ່ມຕົ້ນສຳລັບພາສາທີ່ຂຽນຈາກຂວາຫາຊ້າຍ ເຊັ່ນ: ພາສາອາຣັບ, ພາສາຮີບຣູ ແລະ ອື່ນໆ...
ຂວາຫາຊ້າຍ (ແນວຕັ້ງ) : ໝູນການຕັ້ງຄ່າເຄົ້າຮ່າງທັງໝົດ 90 ອົງສາໄປທາງຂວາ, ຍົກເວັ້ນສ່ວນຫົວ ແລະ ສ່ວນທ້າຍໜ້າ. ຂໍ້ຄວາມຈະເລີ່ມຈາກເບື້ອງຂວາ.
ຊ້າຍຫາຂວາ (ແນວຕັ້ງ) : ໝູນການຕັ້ງຄ່າເຄົ້າຮ່າງທັງໝົດ 90 ອົງສາໄປທາງຂວາ, ຍົກເວັ້ນສ່ວນຫົວ ແລະ ສ່ວນທ້າຍໜ້າ. ຂໍ້ຄວາມຈະເລີ່ມຈາກເບື້ອງຊ້າຍ.
ຊ່ອງສະແດງຕົວຢ່າງ
ສະແດງຕົວຢ່າງຂອງສິ່ງທີ່ເລືອກໃນປະຈຸບັນ.
ຖາດໃສ່ເຈ້ຍ
ເລືອກແຫຼ່ງທີ່ມາຂອງເຈ້ຍສຳລັບເຄື່ອງພິມຂອງທ່ານ. ຖ້າທ່ານຕ້ອງການ, ທ່ານສາມາດກຳນົດຖາດເຈ້ຍທີ່ແຕກຕ່າງກັນໃຫ້ກັບຮູບແບບໜ້າທີ່ແຕກຕ່າງກັນໄດ້. ຕົວຢ່າງ: ກຳນົດຖາດອື່ນໃຫ້ກັບຮູບແບບໜ້າທຳອິດ ແລະ ໃສ່ເຈ້ຍທີ່ມີຫົວຈົດໝາຍຂອງບໍລິສັດທ່ານໃນຖາດນັ້ນ.
ຂອບໜ້າເຈ້ຍ
ລະບຸຈຳນວນໄລຍະຫ່າງທີ່ຈະປະໄວ້ລະຫວ່າງຂອບຂອງໜ້າເຈ້ຍ ແລະ ຂໍ້ຄວາມໃນເອກະສານ.
ຊ້າຍ / ດ້ານໃນ
ປ້ອນຈຳນວນໄລຍະຫ່າງທີ່ຈະປະໄວ້ລະຫວ່າງຂອບເບື້ອງຊ້າຍຂອງໜ້າເຈ້ຍ ແລະ ຂໍ້ຄວາມເອກະສານ. ຖ້າທ່ານກຳລັງໃຊ້ການຈັດວາງໜ້າແບບ ສ່ອງແວ່ນ (Mirrored) , ໃຫ້ປ້ອນຈຳນວນໄລຍະຫ່າງທີ່ຈະປະໄວ້ລະຫວ່າງຂອບຂໍ້ຄວາມດ້ານໃນ ແລະ ຂອບດ້ານໃນຂອງໜ້າເຈ້ຍ.
ຂວາ / ດ້ານນອກ
ປ້ອນຈຳນວນໄລຍະຫ່າງທີ່ຈະປະໄວ້ລະຫວ່າງຂອບເບື້ອງຂວາຂອງໜ້າເຈ້ຍ ແລະ ຂໍ້ຄວາມເອກະສານ. ຖ້າທ່ານກຳລັງໃຊ້ການຈັດວາງໜ້າແບບ ສ່ອງແວ່ນ (Mirrored) , ໃຫ້ປ້ອນຈຳນວນໄລຍະຫ່າງທີ່ຈະປະໄວ້ລະຫວ່າງຂອບຂໍ້ຄວາມດ້ານນອກ ແລະ ຂອບດ້ານນອກຂອງໜ້າເຈ້ຍ.
ຂອບເຍັບປຶ້ມ (Gutter)
ປ້ອນຈຳນວນໄລຍະຫ່າງທີ່ຈະປະໄວ້ລະຫວ່າງຂອບເບື້ອງຊ້າຍຂອງໜ້າເຈ້ຍ ແລະ ຂອບຊ້າຍ. ຖ້າທ່ານກຳລັງໃຊ້ການຈັດວາງໜ້າແບບ ສ່ອງແວ່ນ (Mirrored) , ໃຫ້ປ້ອນຈຳນວນໄລຍະຫ່າງທີ່ຈະປະໄວ້ລະຫວ່າງຂອບໜ້າດ້ານໃນ ແລະ ຂອບດ້ານໃນຂອງໜ້າເຈ້ຍ.
ການຕັ້ງຄ່າການຈັດວາງ
ການຈັດວາງໜ້າ
ລະບຸວ່າຮູບແບບປັດຈຸບັນຄວນສະແດງໜ້າຄີກ, ໜ້າຄູ່ ຫຼື ທັງໜ້າຄີກ ແລະ ໜ້າຄູ່.
ຂວາ ແລະ ຊ້າຍ
ຮູບແບບໜ້າປັດຈຸບັນຈະສະແດງທັງໜ້າຄີກ ແລະ ໜ້າຄູ່ ໂດຍມີຂອບຊ້າຍ ແລະ ຂວາຕາມທີ່ລະບຸໄວ້.
ແບບສ່ອງແວ່ນ (Mirrored)
ຮູບແບບໜ້າປັດຈຸບັນຈະສະແດງທັງໜ້າຄີກ ແລະ ໜ້າຄູ່ ໂດຍມີຂອບດ້ານໃນ ແລະ ດ້ານນອກຕາມທີ່ລະບຸໄວ້. ໃຊ້ການຈັດວາງນີ້ຖ້າທ່ານຕ້ອງການເຍັບເຫຼັ້ມໜ້າທີ່ພິມອອກມາຄືກັບປຶ້ມ. ໃຫ້ປ້ອນໄລຍະຫ່າງສຳລັບເຍັບປຶ້ມເປັນຂອບ "ດ້ານໃນ".
ສະເພາະເບື້ອງຂວາ
ຮູບແບບໜ້າປັດຈຸບັນຈະສະແດງສະເພາະໜ້າຄີກ (ຂວາ) ເທົ່ານັ້ນ. ສ່ວນໜ້າຄູ່ຈະສະແດງເປັນໜ້າຫວ່າງ.
ສະເພາະເບື້ອງຊ້າຍ
ຮູບແບບໜ້າປັດຈຸບັນຈະສະແດງສະເພາະໜ້າຄູ່ (ຊ້າຍ) ເທົ່ານັ້ນ. ສ່ວນໜ້າຄີກຈະສະແດງເປັນໜ້າຫວ່າງ.
ລຳດັບ ສະໄລ້ ໜ້າ
ເລືອກຮູບແບບລຳດັບເລກສະໄລ້ທີ່ທ່ານຕ້ອງການໃຊ້ສຳລັບຮູບແບບສະໄລ້ປັດຈຸບັນ.
ເລືອກຮູບແບບລຳດັບເລກໜ້າທີ່ທ່ານຕ້ອງການໃຊ້ສຳລັບຮູບແບບໜ້າປັດຈຸບັນ.
ຮູບແບບອ້າງອີງ
ເລືອກຮູບແບບຫຍໍ້ໜ້າທີ່ທ່ານຕ້ອງການໃຊ້ເປັນບ່ອນອ້າງອີງສຳລັບການຈັດແນວຂໍ້ຄວາມໃນຮູບແບບໜ້າທີ່ເລືອກ. ຄວາມສູງຂອງຟອນທີ່ລະບຸໄວ້ໃນຮູບແບບອ້າງອີງຈະເປັນຕົວຕັ້ງຄ່າໄລຍະຫ່າງຂອງເສັ້ນຕາຕະລາງໜ້າແນວຕັ້ງ.
ໃຊ້ໄລຍະຫ່າງແຖວຂອງໜ້າ
ຈັດວາງຂໍ້ຄວາມໃນຮູບແບບໜ້າທີ່ເລືອກໃຫ້ກົງກັບເສັ້ນຕາຕະລາງໜ້າແນວຕັ້ງ. ໄລຍະຫ່າງຂອງເສັ້ນຕາຕະລາງແມ່ນຖືກກຳນົດໂດຍ ຮູບແບບອ້າງອີງ .
ຕຳແໜ່ງຂອບເຍັບປຶ້ມ
Allows choosing if the current document's gutter shall be positioned at the left of the document's pages (default), right or at top of the document's pages when the document is displayed.
Left
Places the gutter on the left of the page.
Right
Places the gutter on the right of the page.
ເທິງ
ປ້ອນຈຳນວນໄລຍະຫ່າງທີ່ຈະປະໄວ້ລະຫວ່າງຂອບດ້ານເທິງຂອງໜ້າເຈ້ຍ ແລະ ຂໍ້ຄວາມເອກະສານ.
ການຈັດວາງຕາຕະລາງ
ລະບຸຕົວເລືອກການຈັດວາງສຳລັບຫ້ອງຕາຕະລາງໃນໜ້າທີ່ພິມ.
ແນວນອນ
ຈັດຫ້ອງຕາຕະລາງໃຫ້ຢູ່ເຄິ່ງກາງຕາມແນວນອນໃນໜ້າທີ່ພິມ.
ແນວຕັ້ງ
ຈັດຫ້ອງຕາຕະລາງໃຫ້ຢູ່ເຄິ່ງກາງຕາມແນວຕັ້ງໃນໜ້າທີ່ພິມ.
ປັບວັດຖຸໃຫ້ພໍດີກັບຮູບແບບເຈ້ຍ
ປັບຂະໜາດວັດຖຸຮູບແຕ້ມເພື່ອໃຫ້ພໍດີກັບຮູບແບບເຈ້ຍທີ່ທ່ານເລືອກ. ໂດຍທີ່ການຈັດວາງຂອງວັດຖຸຮູບແຕ້ມຍັງຄົງຮັກສາໄວ້ຄືເກົ່າ.