ການຊ່ວຍເຫຼືອ LibreOfficeDev 26.8
ຟັງຊັນສ່ວນເສີມແມ່ນໃຫ້ບໍລິການໂດຍ UNO com.sun.star.sheet.addin.Analysis service.
ສົ່ງຄືນຄ່າໂກຊິນ (cosine) ຂອງຈຳນວນສົນ.
ສົ່ງຄືນຄ່າໄຮເປີໂບລິກ ໂກຊິນ (hyperbolic cosine) ຂອງຈຳນວນສົນ.
Returns the cotangent of a complex number.
ສົ່ງຄືນຄ່າໂກເຊກັງ (cosecant) ຂອງຈຳນວນສົນ.
ສົ່ງຄືນຄ່າໄຮເປີໂບລິກ ໂກເຊກັງ (hyperbolic cosecant) ຂອງຈຳນວນສົນ.
ສົ່ງຄືນຄ່າເຊກັງ (secant) ຂອງຈຳນວນສົນ.
ສົ່ງຄືນຄ່າໄຮເປີໂບລິກ ເຊກັງ (hyperbolic secant) ຂອງຈຳນວນສົນ.
ສົ່ງຄືນຄ່າຊັງ (sine) ຂອງຈຳນວນສົນ.
ສົ່ງຄືນຄ່າໄຮເປີໂບລິກ ຊັງ (hyperbolic sine) ຂອງຈຳນວນສົນ.
ສົ່ງຄືນຄ່າຕັງຊັງ (tangent) ຂອງຈຳນວນສົນ.
ແປງຄ່າຈາກຫົວໜ່ວຍວັດແທກນຶ່ງໄປເປັນຄ່າທີ່ກົງກັນໃນຫົວໜ່ວຍວັດແທກອື່ນ.
ຜົນໄດ້ຮັບແມ່ນຈຳນວນສົນ ທີ່ສ້າງຂຶ້ນມາຈາກສໍາປະສິດສ່ວນຈິງ ແລະ ສໍາປະສິດສ່ວນຈິນຕະນາການ.
COMPLEX(RealNum; INum [; Suffix])
RealNum ແມ່ນສໍາປະສິດສ່ວນຈິງຂອງຈຳນວນສົນ.
INum ແມ່ນສໍາປະສິດສ່ວນຈິນຕະນາການຂອງຈຳນວນສົນ.
Suffix ແມ່ນຕົວເລືອກທ້າຍ, ລະຫວ່າງ "i" ຫຼື "j".
=COMPLEX(3;4;"j") ສົ່ງຄືນ 3+4j.
ສົ່ງຄືນຄ່າແຟັກຕໍຣຽວສອງຊັ້ນ (Double Factorial) ຂອງຕົວເລກ.
FACTDOUBLE(Number)
ສົ່ງຄືນ Number !!, ເຊິ່ງແມ່ນຄ່າແຟັກຕໍຣຽວສອງຊັ້ນຂອງ Number, ໂດຍທີ່ Number ຕ້ອງແມ່ນເລກຖ້ວນທີ່ມີຄ່າຫຼາຍກວ່າ ຫຼື ເທົ່າກັບສູນ.
ສຳລັບເລກຄູ່, FACTDOUBLE(n) ຈະສົ່ງຄືນ:
2*4*6*8* ... *n
ສຳລັບເລກຄີກ, FACTDOUBLE(n) ຈະສົ່ງຄືນ:
1*3*5*7* ... *n
FACTDOUBLE(0) ສົ່ງຄືນ 1 ຕາມນິຍາມ.
=FACTDOUBLE(5) ສົ່ງຄືນ 15.
=FACTDOUBLE(6) ສົ່ງຄືນ 48.
=FACTDOUBLE(0) ສົ່ງຄືນ 1.
ຜົນຮັບແມ່ນຄ່າສຳບູນຂອງຈຳນວນສົນ.
IMABS("ComplexNumber")
ComplexNumber ແມ່ນຈຳນວນສົນທີ່ຖືກປ້ອນໃນຮູບແບບ "x+yi" ຫຼື "x+yj".
=IMABS("5+12j") ສົ່ງຄ່າຄືນເປັນ 13.
ຜົນຮັບແມ່ນສຳປະສິດຈິນຕະພາບຂອງຈຳນວນສົນ.
IMAGINARY("ComplexNumber")
=IMAGINARY("4+3j") ສົ່ງຄ່າຄືນເປັນ 3.
ຜົນຮັບແມ່ນອາກິວເມັນ (ມຸມ phi) ຂອງຈຳນວນສົນ.
IMARGUMENT("ComplexNumber")
=IMARGUMENT("3+4j") ສົ່ງຄ່າຄືນເປັນ 0.927295.
ຜົນໄດ້ຮັບແມ່ນຄ່າຈຳນວນສົນສັງຍຸກ (Conjugate) ຂອງຈຳນວນສົນ.
IMCONJUGATE("ComplexNumber")
=IMCONJUGATE("1+j") ສົ່ງຄືນ 1-j.
ຜົນຮັບແມ່ນການຫານຂອງຈຳນວນສົນສອງຈຳນວນ.
IMDIV("Numerator"; "Denominator")
Numerator (ຕົວຕັ້ງຫານ), Denominator (ຕົວຫານ) ແມ່ນຈຳນວນສົນທີ່ຖືກປ້ອນໃນຮູບແບບ "x+yi" ຫຼື "x+yj".
=IMDIV("-238+240i";"10+24i") ສົ່ງຄ່າຄືນເປັນ 5+12i.
ຜົນໄດ້ຮັບແມ່ນຄ່າເລກກຳລັງຂອງ e ແລະ ຈຳນວນສົນ. ຄ່າຄົງທີ່ e ມີຄ່າປະມານ 2.71828182845904.
IMEXP("ComplexNumber")
=IMEXP("1+j") ສົ່ງຄືນ 1.47+2.29j (ປັດເສດ).
ຜົນໄດ້ຮັບແມ່ນຄ່າໂລກາຣິດທຳມະຊາດ (ຖານ e) ຂອງຈຳນວນສົນ. ຄ່າຄົງທີ່ e ມີຄ່າປະມານ 2.71828182845904.
IMLN("ComplexNumber")
=IMLN("1+j") ສົ່ງຄືນ 0.35+0.79j (ປັດເສດ).
ຜົນໄດ້ຮັບແມ່ນຄ່າໂລກາຣິດສາມັນ (ຖານ 10) ຂອງຈຳນວນສົນ.
IMLOG10("ComplexNumber")
=IMLOG10("1+j") ສົ່ງຄືນ 0.15+0.34j (ປັດເສດ).
ຜົນໄດ້ຮັບແມ່ນຄ່າໂລກາຣິດຖານສອງ ຂອງຈຳນວນສົນ.
IMLOG2("ComplexNumber")
=IMLOG2("1+j") ສົ່ງຄືນ 0.50+1.13j (ປັດເສດ).
ຜົນຮັບແມ່ນ ComplexNumber (ຈຳນວນສົນ) ຍົກກຳລັງ Number.
IMPOWER("ComplexNumber"; Number)
Number ແມ່ນຄ່າກຳລັງ (exponent).
=IMPOWER("2+3i";2) ສົ່ງຄ່າຄືນເປັນ -5+12i.
ຜົນໄດ້ຮັບແມ່ນຜົນຄູນຂອງກຸ່ມຈຳນວນສົນ.
IMPRODUCT(ຈຳນວນສົນ 1 [; ຈຳນວນສົນ 2 [; … [; ຈຳນວນສົນ 255]]])
=IMPRODUCT("3+4j";"5-3j") ສົ່ງຄືນ 27+11j.
ຜົນໄດ້ຮັບແມ່ນສໍາປະສິດສ່ວນຈິງຂອງຈຳນວນສົນ.
IMREAL("ComplexNumber")
=IMREAL("1+3j") ສົ່ງຄືນ 1.
ຜົນໄດ້ຮັບແມ່ນຮາກຂັ້ນສອງຂອງຈຳນວນສົນ.
IMSQRT("ComplexNumber")
=IMSQRT("3+4i") ສົ່ງຄືນ 2+1i.
ຜົນໄດ້ຮັບແມ່ນຜົນລົບຂອງສອງຈຳນວນສົນ.
IMSUB("ComplexNumber1"; "ComplexNumber2")
=IMSUB("13+4j";"5+3j") ສົ່ງຄືນ 8+j.
ຜົນໄດ້ຮັບແມ່ນຜົນບວກຂອງກຸ່ມຈຳນວນສົນ.
IMSUM(ຈຳນວນສົນ 1 [; ຈຳນວນສົນ 2 [; … [; ຈຳນວນສົນ 255]]])
=IMSUM("13+4j";"5+3j") ສົ່ງຄືນ 18+7j.
ຜົນໄດ້ຮັບແມ່ນຂໍ້ຄວາມທີ່ສະແດງເຖິງຕົວເລກໃນຮູບແບບເລກຖານສອງ (ຖານ-2) ຈາກຂໍ້ຄວາມເລກຖານແປດທີ່ປ້ອນເຂົ້າໄປ.
OCT2BIN(Number [; Places])
Number ແມ່ນຂໍ້ຄວາມທີ່ສະແດງເຖິງເລກຖານແປດ. ສາມາດມີໄດ້ສູງສຸດ 10 ຕຳແໜ່ງ. ບິດທີ່ມີຄ່າຫຼາຍທີ່ສຸດແມ່ນບິດເຄື່ອງໝາຍ, ສ່ວນບິດທີ່ເຫຼືອແມ່ນບອກຄ່າ. ເລກລົບແມ່ນປ້ອນເຂົ້າໃນຮູບແບບ two's complement.
Places ແມ່ນຈຳນວນຕຳແໜ່ງທີ່ຕ້ອງການໃຫ້ສະແດງຜົນ.
=OCT2BIN("3";3) ສົ່ງຄືນ "011".
ຜົນໄດ້ຮັບແມ່ນຄ່າຕົວເລກຈາກຂໍ້ຄວາມເລກຖານແປດທີ່ປ້ອນເຂົ້າໄປ.
OCT2DEC(Number)
Number ແມ່ນຂໍ້ຄວາມທີ່ສະແດງເຖິງເລກຖານແປດ. ສາມາດມີໄດ້ສູງສຸດ 10 ຕຳແໜ່ງ. ບິດທີ່ມີຄ່າຫຼາຍທີ່ສຸດແມ່ນບິດເຄື່ອງໝາຍ, ສ່ວນບິດທີ່ເຫຼືອແມ່ນບອກຄ່າ. ເລກລົບແມ່ນປ້ອນເຂົ້າໃນຮູບແບບ two's complement.
=OCT2DEC("144") ສົ່ງຄືນ 100.
ຜົນໄດ້ຮັບແມ່ນຂໍ້ຄວາມທີ່ສະແດງເຖິງຕົວເລກໃນຮູບແບບເລກຖານສິບຫົກ ຈາກຂໍ້ຄວາມເລກຖານແປດທີ່ປ້ອນເຂົ້າໄປ.
OCT2HEX(Number [; Places])
Number ແມ່ນຂໍ້ຄວາມທີ່ສະແດງເຖິງເລກຖານແປດ. ສາມາດມີໄດ້ສູງສຸດ 10 ຕຳແໜ່ງ. ບິດທີ່ມີຄ່າຫຼາຍທີ່ສຸດແມ່ນບິດເຄື່ອງໝາຍ, ສ່ວນບິດທີ່ເຫຼືອແມ່ນບອກຄ່າ. ເລກລົບແມ່ນປ້ອນເຂົ້າໃນຮູບແບບ two's complement.
Places ແມ່ນຈຳນວນຕຳແໜ່ງທີ່ຕ້ອງການໃຫ້ສະແດງຜົນ.
=OCT2HEX("144";4) ສົ່ງຄືນ "0064".